ຜະລິດຕະພັນOur software
ທຸກໂປຣແກຣມ ໃນຊຸດດຽວEvery program in one suite
Quick Enterprise Software Suite · All-in-One · ເປັນລະບົບ ERP — ຊຸດໂປຣແກຣມບັນຊີ ຄົບທຸກປະເພດ ໃນຊຸດດຽວ: 6 ກຸ່ມໂປຣແກຣມ, ໜ້າຈໍ ແລະ ຖານຂໍ້ມູນດຽວກັນ, ເລີ່ມຈາກ 1 ຜູ້ໃຊ້ ແລ້ວເພີ່ມຜູ້ໃຊ້ ແລະ ຕໍ່ອາຍຸໄດ້ທຸກເວລາ.Quick Enterprise Software Suite · All-in-One · a full ERP — every kind of accounting program in one suite: 6 program groups on one screen and one database. Start with 1 user, then add users and renew at any time.
- ✓ ໃຊ້ງ່າຍ ສຳລັບນັກບັນຊີEasy for accountants
- ✓ ເຄື່ອງດຽວ · ຫຼາຍເຄື່ອງ · ຫຼາຍສາຂາOne computer · many computers · many branches
- ✓ Management Report
- ✓ ງົບການເງິນລວມກິດຈະການConsolidated financial statements
- ✓ ພາສາ: ລາວ · ອັງກິດ · ຈີນ · ໄທ · ຫວຽດ + ເພີ່ມໄດ້Languages: Lao · English · Chinese · Thai · Vietnamese + add your own
- ✓ Windows · LAN · Cloud · macOS
- ✓ ທົດລອງໃຊ້ຟຣີFree trial
- ✓ ໃບອະນຸຍາດ ກົມສ່ວຍສາອາກອນ ກະຊວງການເງິນ ເລກທີ 9679/ກສອTax Department, Ministry of Finance licence No. 9679/TD
01ໂປຣແກຣມອອກໃບເກັບເງິນ ອາກອນມູນຄ່າເພີ່ມVAT tax-invoice program E-Tax-Invoice
Quick E-Tax InvoiceQuick E-Tax Invoice
ເຊື່ອມໂປຣແກຣມບັນຊີ ແລະ ການຂາຍ ກັບລະບົບໃບເກັບເງິນອາກອນຂອງກະຊວງການເງິນ (eTax Invoice Gateway) ຕາມຂໍ້ຕົກລົງ 1784/ກງ. ອອກໃບເກັບເງິນອາກອນທີ່ມີເລກ ແລະ QR ຂອງກົມອາກອນ ໂດຍກົງຈາກໃບແຈ້ງໜີ້, ໃບຂາຍເງິນສົດ ແລະ ໃບລົດໜີ້ — ບໍ່ຕ້ອງພິມຄືນໃສ່ລະບົບອື່ນ.Connects accounting and sales to the Ministry of Finance eTax Invoice Gateway under Agreement 1784/MoF. Tax invoices carry the Tax Department's number and QR code and are issued straight from invoices, cash sales and credit notes — nothing is retyped into another system.
- ເຊື່ອມ eTax Invoice Gateway ຂອງກະຊວງການເງິນ (API, ລາຍເຊັນ HMAC‑SHA256) ຫຼື ແບບ Offline ຕາມໃບອະນຸຍາດConnects to the MoF eTax Invoice Gateway (API, HMAC‑SHA256 signed) or works offline on a paper permit
- ຕັ້ງຄ່າ 6 ຂັ້ນຕອນ: ເລກປະຈຳຕົວຜູ້ເສຍອາກອນ → ເຊື່ອມຕໍ່ → ຂໍອະນຸຍາດ → ໃບອະນຸຍາດ ແລະ ຊ່ວງເລກ → ແບບຟອມ → ລະຫັດເປີດໃຊ້6-step set-up: TIN → connection → permit request → permit and number range → form → activation key
- ອອກຈາກ ໃບແຈ້ງໜີ້, ໃບຂາຍເງິນສົດ, ໃບລົດໜີ້ (ໃບເກັບເງິນແດງ) ແລະ ໃບຮັບດອກເບ້ຍເງິນກູ້ ຂອງສະຖາບັນການເງິນIssued from invoices, cash sales, credit notes (red invoices) and loan-interest receipts of financial institutions
- ຕິດຕາມສະຖານະ: ກຳລັງສົ່ງ → ອອກແລ້ວ → ກົມອາກອນຢັ້ງຢືນ · ຍົກເລີກ · ບໍ່ຖືກຕ້ອງStatus tracking: sending → issued → approved by the Tax Department · cancelled · invalid
- ພິມໃສ່ແບບຟອມລັດ: ເລກ 20 ຫຼັກ, ລະຫັດກວດ, QR ແລະ ລາຍນ້ຳ TAXPrints on the State form: 20-digit number, check code, QR code and TAX watermark
- ອອກແບບແບບຟອມໃບເກັບເງິນ ດ້ວຍ AI ຈາກຮູບຕົວຢ່າງ ຫຼື ອອກແບບເອງInvoice form designed by AI from a sample picture, or laid out by hand
- ທະບຽນໃບເກັບເງິນອາກອນ, ລາຍງານ ອມພ ຂາອອກ / ຂາເຂົ້າ, ອມພ ຕ້ອງຈ່າຍ, ລາຍຈ່າຍມີ / ບໍ່ມີບິນອາກອນ, ອາກອນຫັກ ນະ ທີ່ຈ່າຍTax-invoice register; output / input VAT, VAT liability, expenses with and without tax invoice, withholding tax reports
- ເກັບເອກະສານ 10 ປີ ຕາມດຳລັດ 297/ລບ; ເອກະສານທີ່ອອກແລ້ວ ແກ້ບໍ່ໄດ້ — ຍົກເລີກ ຫຼື ອອກໃບລົດໜີ້ແທນ10-year retention under Decree 297/PM; issued documents are locked — void or credit-note only
- ມີລຸ້ນ Tax Invoice Edition (ສະເພາະການຂາຍ ແລະ ໃບເກັບເງິນອາກອນ) ແລະ ຮວມຢູ່ໃນທຸກໂປຣແກຣມບັນຊີຂອງຊຸດAvailable as a stand-alone Tax Invoice Edition (sales and tax invoices only) and built into every accounting program of the suite
02ໂປຣແກຣມບັນຊີວິສາຫະກິດEnterprise accounting program ນ້ອຍກາງໃຫຍ່
Quick Enterprise Accounting Software
ບັນຊີ ແລະ ERP ຄົບວົງຈອນ ຕາມຜັງບັນຊີລາວ (2020) ແລະ ງົບການເງິນຕາມມາດຕະຖານລາວ: ຊື້, ຂາຍ, ຂາຍໜ້າຮ້ານ (POS), ສິນຄ້າຄົງຄັງ ແລະ ບາໂຄດ, ເຊື່ອມ E‑Tax Invoice, ເງິນເດືອນ, ຫຼາຍສະກຸນເງິນ, ຫຼາຍສາຂາ ແລະ ລາຍງານບໍລິຫານ (Management Report). ລຸ້ນ ນ້ອຍ · ກາງ · ໃຫຍ່ ໃຊ້ໜ້າຈໍ ແລະ ຖານຂໍ້ມູນດຽວກັນ — ຍ້າຍລຸ້ນໄດ້ ຂໍ້ມູນບໍ່ຕ້ອງປ່ຽນ.Full accounting and ERP on the Lao chart of accounts (2020) with Lao-standard financial statements: purchasing, sales, point of sale, stock and barcodes, E‑Tax Invoice, payroll, multi-currency, branches and management reports. The Small, SME and ERP editions share one screen and one database, so moving up never means re-entering data.
- ຜັງບັນຊີລາວ 2020 ພ້ອມໃຊ້ ຫຼື ນຳເຂົ້າຜັງບັນຊີຂອງຕົນເອງຈາກ Excel; ປ່ຽນຊື່ບັນຊີຈາກ ExcelLao chart of accounts 2020 ready to use, or import your own from Excel; rename accounts from Excel
- 20 ປະເພດເອກະສານ: ໃບສະເໜີລາຄາ, ໃບສັ່ງຂາຍ, ໃບສົ່ງເຄື່ອງ, ໃບແຈ້ງໜີ້, ໃບຂາຍເງິນສົດ, ໃບລົດໜີ້, ຮັບເງິນ, ໃບສັ່ງຊື້, ບິນຊື້, ສົ່ງຄືນ, ຈ່າຍບິນ, ເງິນມັດຈຳ ແລະ ຄືນເງິນ, ແຊັກ, ຝາກ, ໂອນ, ບັດເຄຣດິດ, ບັນທຶກປະຈຳວັນ…20 document types: quotation, sales order, delivery, invoice, cash sale, credit note, receipt, purchase order, bill, return, bill payment, advances and refunds, cheque, deposit, transfer, credit card, journal…
- ສິນຄ້າຄົງຄັງ: ຫຼາຍສາງ, ສະເລ່ຍຖ່ວງນ້ຳໜັກເຄື່ອນທີ່ · ເຂົ້າກ່ອນ‑ອອກກ່ອນ (FIFO) · ສະເລ່ຍລາຍເດືອນ · ສະເພາະເຈາະຈົງຕາມ Lot/Serial (IAS 2), ວັນໝົດອາຍຸ, ຫຼາຍຫົວໜ່ວຍ, ກວດນັບສາງຈາກ Excel, ບາໂຄດ EAN‑13 / UPC / GTINInventory: multiple warehouses; moving average · FIFO · monthly average · specific identification by lot/serial (IAS 2); expiry dates; units of measure; stock count from Excel; EAN‑13 / UPC / GTIN barcodes
- ຕົ້ນທຶນນຳເຂົ້າ (Landed cost): ຄ່າຂົນສົ່ງ, ພາສີ, ຜ່ານດ່ານ, ປະກັນໄພ ແບ່ງເຂົ້າຕົ້ນທຶນສິນຄ້າLanded cost: freight, duty, customs clearing and insurance allocated into stock cost
- ຂາຍໜ້າຮ້ານ (POS) 7 ປະເພດທຸລະກິດ: ຮ້ານອາຫານ (ໂຕະ, ຄົວ), ຄາເຟ, ມິນິມາດ, ຂາຍຍົກ, ຮ້ານຂາຍຢາ (Lot/ໝົດອາຍຸ), ອາໄຫຼ່ລົດ, ອື່ນໆ — ກະ, ໂປຣໂມຊັນ, ຄະແນນສະສົມ, ບັດຂອງຂວັນ, ຈໍລູກຄ້າ, ຂາຍໄດ້ແມ່ນອິນເຕີເນັດຂາດPoint of sale for 7 business types: restaurant (tables, kitchen), café, minimart, trading, pharmacy (lots/expiry), auto parts, other — shifts, promotions, loyalty points, gift cards, customer display, keeps selling offline
- ທະນາຄານ ແລະ ເງິນສົດ: ກະທົບຍອດທະນາຄານ; ກະທົບຍອດປິດບັນຊີທຸກບັນຊີ (ທະນາຄານ, ລູກໜີ້, ເຈົ້າໜີ້, ສາງ, ຊັບສົມບັດ, ທຶນ) ນຳເຂົ້າໃບແຈ້ງຍອດຈາກ Excel / PDF / Word ຈັບຄູ່ອັດຕະໂນມັດBank and cash: bank reconciliation; closing reconciliation of every balance-sheet account (bank, receivables, payables, stock, fixed assets, equity) with statements imported from Excel / PDF / Word and matched automatically
- ເງິນເດືອນ: ປະກັນສັງຄົມ 5.5% / 6%, ອາກອນລາຍໄດ້ຂັ້ນໄດ 0–25%, ໃບເງິນເດືອນ, ຈ່າຍເປັນ LAK / USD / THBPayroll: social security 5.5% / 6%, progressive income tax 0–25%, payslips, paid in LAK / USD / THB
- ຊັບສົມບັດຄົງທີ່ 18 ໝວດ ຕາມກົດໝາຍອາກອນລາຍໄດ້ 88/ສພຊ (2025), ຫັກຄ່າຫຼຸ້ຍຫ້ຽນລາຍເດືອນ; ລາຍຈ່າຍລ່ວງໜ້າ ແລະ ລາຍຮັບລ່ວງໜ້າ ຮັບຮູ້ລາຍເດືອນFixed assets in 18 classes per Income Tax Law 88/NA (2025) with monthly depreciation; prepaid expenses and deferred revenue recognised monthly
- 155 ສະກຸນເງິນ, ປັບອັດຕາແລກປ່ຽນທ້າຍເດືອນ, ກຳໄລ/ຂາດທຶນອັດຕາແລກປ່ຽນລົງບັນຊີເອງ; ງົບປະມານ ແລະ ຄາດຄະເນ ທຽບຕົວຈິງ ແຍກໂຄງການ155 currencies, month-end revaluation, FX gains and losses posted automatically; budgets and forecasts versus actual, by project
- ERP: ການຜະລິດ (ສູດການຜະລິດ BOM, ໃບສັ່ງຜະລິດ, ຄ່າແຮງ ແລະ ໂສຫຸ້ຍ), ການອະນຸມັດຕາມວົງເງິນ, HR (ເວລາເຮັດວຽກ, ວັນພັກ, ປະເມີນ), CRM, ຫຼາຍບໍລິສັດ ແລະ ງົບລວມກິດຈະການERP: manufacturing (BOM, production orders, labour and overhead), approvals by amount, HR (attendance, leave, appraisals), CRM, multi-company and consolidation
- ລາຍງານມາດຕະຖານລາວຄົບຊຸດ: ປຶ້ມປະຈຳວັນ, ປຶ້ມຕິດຕາມ, ປຶ້ມບັນຊີໃຫຍ່, ໃບດຸ່ນດ່ຽງ, ຖານະການເງິນ, ຜົນການດຳເນີນງານ, ກະແສເງິນສົດ, ສ່ວນປ່ຽນແປງທຶນ, ບົດອະທິບາຍ, ກະທົບກຳໄລອາກອນ — ອອກ Word / Excel / PDF ແລະ Excel ໄຟລ໌ດຽວComplete Lao statutory reports: journals, tracking books, general ledger, trial balance, financial position, performance, cash flows, changes in equity, notes, tax-profit reconciliation — to Word / Excel / PDF and one Excel workbook
- ອອກແບບງົບການເງິນເອງ ແລະ ຮູບແບບ 19 ປະເທດ (IFRS, US GAAP, UK, ໄທ, ຫວຽດ, ຈີນ, ຍີ່ປຸ່ນ…); ລາຍງານບໍລິຫານ ແລະ Excel ອັບເດດເອງ (Power Query)Financial statement designer with 19 country formats (IFRS, US GAAP, UK, Thailand, Vietnam, China, Japan…); management reports and self-updating Excel (Power Query)
- AI: ຖ່າຍຮູບບິນໃຫ້ AI ລົງບັນຊີ, ຜູ້ຊ່ວຍ AI ທຸກໜ້າຈໍ (ອ້າງອີງຄູ່ມືກະຊວງການເງິນ ແລະ Lao FRS), ອະທິບາຍລາຍງານAI: photograph a bill and let AI post it, an AI assistant on every screen (citing the MoF manuals and Lao FRS), report explanations
- ນຳເຂົ້າ Excel ທຸກລາຍການ, ສູນຍອດຍົກມາ, REST API ແລະ Webhooks, ສິດຜູ້ໃຊ້ລະອຽດ, ບັນທຶກການໃຊ້ງານ, ສຳຮອງຂໍ້ມູນອັດຕະໂນມັດExcel import for everything, opening-balance centre, REST API and webhooks, fine-grained user rights, activity log, automatic backups
ໃຊ້ໄດ້ກັບທຸກປະເພດທຸລະກິດໃນລາວ:Fits every kind of business in Laos:
- ການຄ້າ ຂາຍຍົກ‑ຂາຍຍ່ອຍWholesale and retail
- ນຳເຂົ້າ‑ສົ່ງອອກImport‑export
- ປະກັນໄພInsurance
- ກໍ່ສ້າງConstruction
- ໂຮງແຮມ ແລະ ຣີສອດHotels and resorts
- ທ່ອງທ່ຽວTourism
- ຮ້ານອາຫານ ແລະ ຄາເຟRestaurants and cafés
- ການຜະລິດ ແລະ ໂຮງງານManufacturing
- ກະສິກຳ ແລະ ປູກຝັງ‑ລ້ຽງສັດAgriculture and livestock
- ບໍ່ແຮ່Mining
- ພະລັງງານ ແລະ ໄຟຟ້າEnergy and power
- ຂົນສົ່ງ ແລະ ໂລຈິສຕິກTransport and logistics
- ອະສັງຫາລິມະຊັບReal estate
- ໂຮງໝໍ ແລະ ຄລີນິກHospitals and clinics
- ຮ້ານຂາຍຢາPharmacies
- ໂຮງຮຽນ ແລະ ສະຖາບັນສຶກສາSchools and institutes
- ໂທລະຄົມ ແລະ ໄອທີTelecom and IT
- ບໍລິການ ແລະ ທີ່ປຶກສາServices and consulting
- ລົດ ແລະ ອາໄຫຼ່Vehicles and parts
- ປ້ຳນ້ຳມັນFuel stations
- ຊຸບເປີມາເກັດ ແລະ ມິນິມາດSupermarkets and minimarts
- ບໍລິສັດຮ່ວມທຶນ ແລະ ລົງທຶນຕ່າງປະເທດJoint ventures and foreign investors
- ອົງການບໍ່ຫວັງຜົນກຳໄລ ແລະ ໂຄງການNon-profits and projects
03ໂປຣແກຣມສະຖາບັນການເງິນFinancial-institution program MFI · Leasing
Quick MicrofinanceQuick Microfinance
ສຳລັບສະຖາບັນການເງິນຈຸລະພາກ ຮັບເງິນຝາກ ແລະ ບໍ່ຮັບເງິນຝາກ, ໂຮງຊວດຈຳ, ບໍລິສັດເຊົ່າສິນເຊື່ອ ແລະ ສະຫະກອນສິນເຊື່ອ — ຕາມຜັງບັນຊີ ທຫລ 166/ທຫລ ແລະ ລະບຽບຂອງທະນາຄານແຫ່ງ ສປປ ລາວ. ຈັດຊັ້ນໜີ້ A–E ແລະ ຫັກເງິນແຮ ອັດຕະໂນມັດ ແລ້ວອອກແບບລາຍງານ F01–F12 ສົ່ງ ທຫລ ຕາມແບບຟອມແທ້.For deposit-taking and non-deposit-taking microfinance institutions, pawnshops, leasing companies and savings-and-credit cooperatives — on the Bank of the Lao PDR chart of accounts 166/BoL and BoL regulations. Classifies loans A–E, provisions automatically and produces the BoL F01–F12 returns in their official layout.
- 5 ປະເພດສະຖາບັນ: ສກຈ ຮັບເງິນຝາກ / ບໍ່ຮັບເງິນຝາກ (ດຳລັດ 184/ລບ), ສະຫະກອນ (695/ທຫລ), ເຊົ່າສິນເຊື່ອ (ດຳລັດ 471/ລບ, 265/ທຫລ), ໂຮງຊວດຈຳ (ດຳລັດ 249/ລບ)5 institution types: deposit-taking / non-deposit-taking MFI (Decree 184/PM), cooperative (695/BoL), leasing (Decree 471/PM, 265/BoL), pawnshop (Decree 249/PM)
- ຜະລິດຕະພັນເງິນກູ້: ບຸກຄົນ, ກຸ່ມ, ທຸລະກິດ, ຕາມລະດູການ, ເຊົ່າສິນເຊື່ອ, ເຊົ່າຊື້, ຊວດຈຳ; ດອກເບ້ຍ ຫຼຸດຕົ້ນຫຼຸດດອກ (ງວດເທົ່າກັນ / ຕົ້ນເທົ່າກັນ), ຄົງທີ່ (Flat), ຈ່າຍຕົ້ນທ້າຍສັນຍາLoan products: individual, group, business, seasonal, finance lease, hire purchase, pawn; interest by declining balance (equal instalments / equal principal), flat rate or bullet
- ວົງຈອນເງິນກູ້ຄົບ: ຂໍກູ້ → ປ່ອຍກູ້ → ຮັບຊຳລະ (ຮັບສະເພາະດອກເບ້ຍໄດ້) → ເລື່ອນງວດ → ປັບໂຄງສ້າງ → ກູ້ຄືນໃໝ່ → ຕັດໜີ້ສູນ → ຕິດຕາມນອກໃບດຸ່ນດ່ຽງ → ເກັບຄືນFull loan life cycle: application → disbursement → repayment (interest-only allowed) → reschedule → restructure → repeat loan → write-off → off-balance follow-up → recovery
- ຈັດຊັ້ນໜີ້ A–E ແລະ ເງິນແຮ ຕາມ 873/ທຫລ ແລະ 874/ທຫລ (1 · 5 · 25 · 50 · 100%) ພ້ອມລາຍງານເຕືອນລ່ວງໜ້າA–E classification and provisions per 873/BoL and 874/BoL (1 · 5 · 25 · 50 · 100%) with an early-warning report
- ເງິນຝາກ: ກະແສລາຍວັນ, ປະຢັດ, ປະຈຳ, ບັງຄັບ, ຝາກສະສົມ, ຮຸ້ນສະມາຊິກ — ຄິດດອກເບ້ຍ ແລະ ຈ່າຍດອກເບ້ຍອັດຕະໂນມັດ; ເງິນກູ້ຢືມ ແລະ ການນຳໃຊ້ແຫຼ່ງທຶນDeposits: current, savings, term, compulsory, recurring, member shares — interest calculated and paid automatically; borrowings and use of funds
- ໂຮງຊວດຈຳ: ກວດກົດລະບຽບອັດຕະໂນມັດ (ກີບເທົ່ານັ້ນ, ເພດານດອກເບ້ຍ, ວົງເງິນ 5% ຂອງທຶນ, ແຈ້ງຂາຍ 7 ວັນ), ຂາຍເຄື່ອງຊວດPawnshop: rule checks built in (LAK only, rate ceiling, 5%-of-capital limit, 7-day sale notice), sale of pledged items
- ປິດເດືອນ: ດອກເບ້ຍຄ້າງຮັບ/ຄ້າງຈ່າຍ ແລະ ເງິນແຮ ລົງບັນຊີເທື່ອດຽວ; ປິດປີ: ອາກອນກຳໄລ, ຄັງສຳຮອງຕາມກົດໝາຍ 10%, ປັນຜົນMonth-end: accrued interest receivable/payable and provisions in one posting; year-end: income tax, 10% legal reserve, dividends
- ລາຍງານ ທຫລ ຕາມ 325/ກຄສງ: F01 ໃບດຸ່ນດ່ຽງ · F02 ຖານະການເງິນ · F03 ຜົນດຳເນີນງານ · F04–F08 ເງິນກູ້ · F09 ອັດຕາດອກເບ້ຍ · F10–F11 ເງິນຝາກ · F12 ຮຸ້ນ · P01 ຜູ້ກ່ຽວຂ້ອງ · ກະແສເງິນສົດ · ສ່ວນປ່ຽນແປງທຶນBoL returns per 325/BoL: F01 trial balance · F02 financial position · F03 results · F04–F08 loans · F09 lending rates · F10–F11 deposits · F12 member shares · P01 related persons · cash flow · changes in equity
- ວິເຄາະຄວາມໝັ້ນຄົງ CAMELS, ຕາຕະລາງຊຳລະ, ສັນຍາເງິນກູ້ຈາກແບບ Word, ນຳເຂົ້າ/ສົ່ງອອກ Excel ທຸກທະບຽນ, ໃບຮັບດອກເບ້ຍ ແລະ ໃບລົດໜີ້ດອກເບ້ຍ ສົ່ງ E‑Tax InvoiceCAMELS soundness analysis, repayment schedules, loan contracts from Word templates, Excel import/export of every register, interest receipts and interest credit notes sent to E‑Tax Invoice
04ໂປຣແກຣມບັນຊີແຫ່ງລັດ ເກນເງິນສົດState accounting program, cash basis ນ້ອຍກາງໃຫຍ່
Quick State AccountingQuick State Accounting
ບັນຊີເກນເງິນສົດ ສຳລັບ ກະຊວງ, ກົມ, ແຂວງ, ເມືອງ ແລະ ຫົວໜ່ວຍງົບປະມານ — ຕາມຄູ່ມືບັນຊີແຫ່ງລັດ 900/ກງ ແລະ ສາລະບານບັນຊີ 2862/ກງ ຂອງກະຊວງການເງິນ. ໃຊ້ໜ້າຈໍ, ປຶ້ມບັນຊີ ແລະ ຄວາມປອດໄພດຽວກັບ Quick Enterprise ແຕ່ຜັງບັນຊີ ແລະ ລາຍງານເປັນຂອງພາກລັດ.Cash-basis accounting for ministries, departments, provinces, districts and budget units — on the Ministry of Finance state accounting manual 900/MoF and chart of accounts 2862/MoF. The same screens, books and security as Quick Enterprise, with a public-sector chart and reports.
- ສາລະບານບັນຊີແຫ່ງລັດ 2862/ກງ ພ້ອມໃຊ້ ແລະ ປັບເພີ່ມໄດ້ຈາກ ExcelState chart of accounts 2862/MoF ready to use and extendable from Excel
- ຮັບ‑ຈ່າຍເງິນສົດ ແລະ ເງິນຝາກຄັງເງິນແຫ່ງຊາດ / ທະນາຄານ, ປຶ້ມຕິດຕາມຄັງເງິນສົດ, ປຶ້ມເງິນຝາກຄັງເງິນແຫ່ງຊາດ, ປຶ້ມຈ່າຍແຊັກCash receipts and payments, National Treasury and bank deposits; cash book, National Treasury deposit book, cheque book
- ງົບປະມານ ທຽບ ຕົວຈິງ ແຍກຕາມ ໝວດ, ບົດ ແລະ ໂຄງການ; ການອະນຸມັດຕາມວົງເງິນBudget versus actual by chapter, item and project; approvals by amount
- ປຶ້ມບັນຊີປະຈຳວັນ, ປຶ້ມບັນຊີໃຫຍ່, ໃບດຸ່ນດ່ຽງ, ທະບຽນຊັບສົມບັດ ແລະ ລາຍງານປະຈຳເດືອນ / ປະຈຳປີ ສົ່ງກະຊວງການເງິນ ອອກ Word / Excel / PDFJournal, general ledger, trial balance, asset register and monthly / annual reports for the Ministry of Finance, to Word / Excel / PDF
- ຫຼາຍຫົວໜ່ວຍ ຫຼາຍຂັ້ນ: ກະຊວງ → ກົມ → ແຂວງ → ເມືອງ ເບິ່ງແຍກ ຫຼື ລວມ; ຜູ້ໃຊ້ເຫັນສະເພາະຫົວໜ່ວຍຂອງຕົນMulti-level units: ministry → department → province → district, reported separately or combined; users see only their own unit
- ສິດຜູ້ໃຊ້, ບັນທຶກການໃຊ້ງານທຸກລາຍການ, ປິດງວດ, ສຳຮອງຂໍ້ມູນອັດຕະໂນມັດUser rights, full activity log, period lock, automatic backups
- ຕິດຕັ້ງເຄື່ອງດຽວ, ເຄືອຂ່າຍ LAN ຂອງຫ້ອງການ ຫຼື ເຊີບເວີກາງ (Cloud); ໜ້າຈໍ ລາວ / ອັງກິດSingle computer, office LAN or central server (cloud); Lao / English screens
05ໂປຣແກຣມບັນຊີໂຄງການProject accounting program IPSAS Cash Basis
Quick Project AccountingQuick Project Accounting
ສຳລັບໂຄງການທີ່ໄດ້ຮັບທຶນຈາກ ADB, World Bank, IFAD, EU, UN, NGO ແລະ ໂຄງການພາກລັດ — ບັນຊີເກນເງິນສົດຕາມ IPSAS Cash Basis (2017): ໃບລາຍງານຮັບ‑ຈ່າຍເງິນສົດ, ງົບປະມານ ທຽບ ຕົວຈິງ ແຍກຕາມແຫຼ່ງທຶນ ແລະ ໝວດລາຍຈ່າຍ, ການຈ່າຍໂດຍບຸກຄົນທີສາມ ແລະ ລາຍງານຜູ້ໃຫ້ທຶນ.For projects funded by ADB, the World Bank, IFAD, the EU, the UN, NGOs and government — cash-basis accounting to IPSAS Cash Basis (2017): statement of cash receipts and payments, budget versus actual by funding source and expense category, third-party payments and donor reports.
- ໃບລາຍງານຮັບ‑ຈ່າຍເງິນສົດ (Statement of Cash Receipts and Payments) ແລະ ບົດອະທິບາຍ ຕາມ IPSAS Cash BasisStatement of cash receipts and payments with notes, per IPSAS Cash Basis
- ຕິດຕາມແຍກ ແຫຼ່ງທຶນ, ອົງປະກອບ, ກິດຈະກຳ ແລະ ໝວດລາຍຈ່າຍ ດ້ວຍ ໂຄງການ ແລະ ໝວດ (Class)Tracking by funding source, component, activity and expense category using projects and classes
- ງົບປະມານ ທຽບ ຕົວຈິງ ຕໍ່ໂຄງການ ແລະ ຕໍ່ປີ, ເບີກເງິນລ່ວງໜ້າ ແລະ ລ້າງເງິນລ່ວງໜ້າ, ບັນຊີພິເສດ (Special / Designated Account)Budget versus actual per project and year, advances and their clearance, special / designated accounts
- ຫຼາຍສະກຸນເງິນ: USD / EUR / LAK ແລະ ອັດຕາແລກປ່ຽນຕາມວັນ, ລາຍງານເປັນສະກຸນເງິນຂອງຜູ້ໃຫ້ທຶນMulti-currency: USD / EUR / LAK with dated rates, reports in the donor's currency
- ທະບຽນຊັບສົມບັດຂອງໂຄງການ, ສັນຍາ ແລະ ການຈັດຊື້ ແນບເອກະສານໄດ້Project asset register, contracts and procurement with attached documents
- ລາຍງານການເງິນລະຫວ່າງງວດ (IFR) ແລະ ປະຈຳປີ ສຳລັບຜູ້ໃຫ້ທຶນ ແລະ ຜູ້ກວດສອບ ອອກ Excel / Word / PDF; ເຊື່ອມກັບ Quick Audit ສຳລັບການກວດສອບໂຄງການInterim (IFR) and annual financial reports for donors and auditors, to Excel / Word / PDF; links to Quick Audit for project audits
- ສິດຜູ້ໃຊ້ຕາມຕຳແໜ່ງ, ການອະນຸມັດ, ບັນທຶກການໃຊ້ງານ, ໜ້າຈໍ ລາວ / ອັງກິດRights by role, approvals, activity log, Lao / English screens
06ໂປຣແກຣມກວດສອບບັນຊີAudit program ISA · ISQM
Quick Audit Software
ແຟ້ມວຽກກວດສອບດິຈິຕອນ ສຳລັບບໍລິສັດກວດສອບບັນຊີ ຕາມ ISA ແລະ ISQM ສະບັບປັດຈຸບັນ — ເຮັດວຽກເປັນທີມໃນແຟ້ມດຽວກັນພ້ອມກັນ, ທຸກຂັ້ນຕອນອ້າງອີງວັກ ISA, ມີ AI ຊ່ວຍວິເຄາະ ແລະ ຮ່າງເອກະສານ ແຕ່ບໍ່ສະຫຼຸບ ແລະ ບໍ່ເຊັນແທນຜູ້ກວດສອບ.A digital engagement file for audit firms built on the current ISA and ISQM — the whole team works in one file at once, every step cites its ISA paragraph, and AI helps analyse and draft but never concludes or signs for the auditor.
- ວົງຈອນວຽກ: ລູກຄ້າເປົ້າໝາຍ → ຮັບວຽກ → ວາງແຜນ → ພາກສະໜາມ → ສຳເລັດ → ລາຍງານ → ເກັບມ້ຽນ (ລັອກອັດຕະໂນມັດ 60 ວັນ, ເກັບ 5 ປີ)Lifecycle: prospect → acceptance → planning → fieldwork → completion → reporting → archive (auto-lock at 60 days, 5-year retention)
- ປະເພດວຽກ: ກວດສອບ (ISA 700/705/706/701/570/800/805), ສອບທານ (ISRE 2400), ຂັ້ນຕອນທີ່ຕົກລົງກັນ (ISRS 4400)Engagement types: audits (ISA 700/705/706/701/570/800/805), reviews (ISRE 2400), agreed-upon procedures (ISRS 4400)
- ນຳເຂົ້າໃບດຸ່ນດ່ຽງ Excel/CSV → ຈັບຄູ່ບັນຊີອັດຕະໂນມັດ → Lead sheet 25 ຂົງເຂດ → AJE / RJE → ຮ່າງງົບການເງິນTrial balance import (Excel/CSV) → automatic mapping → lead sheets for 25 audit areas → AJE / RJE → draft financial statements
- ສາລະສຳຄັນ ISA 320 (PM, clearly trivial, ກຸ່ມບໍລິສັດ), ທະບຽນຄວາມສ່ຽງ ISA 315, ແຜນງານກວດສອບ 301 ຂັ້ນຕອນ, ຫ້ອງສະໝຸດການຄວບຄຸມ 62 ລາຍການMateriality ISA 320 (PM, clearly trivial, group), ISA 315 risk register, 301-step audit program library, 62-item controls library
- ເລືອກຕົວຢ່າງ ISA 530: MUS, ສຸ່ມ, ເປັນລະບົບ, ແບ່ງຊັ້ນ; ທົດສອບລາຍການບັນທຶກ GL 16 ກົດ ລວມ BenfordISA 530 sampling: MUS, random, systematic, stratified; journal-entry testing with 16 rules including Benford
- Checklist: IFRS 510 ຂໍ້ · IFRS for SMEs 185 ຂໍ້ · IPSAS Cash Basis 139 ຂໍ້ · ທຸກ ISA 377 ຂໍ້ · ISAE 3000 ສຳລັບໂຄງການຜູ້ໃຫ້ທຶນ (ADB, WB)Checklists: IFRS 510 items · IFRS for SMEs 185 · IPSAS Cash Basis 139 · all ISAs 377 · ISAE 3000 for donor projects (ADB, WB)
- ຮ່າງງົບການເງິນ IFRS (IFRS 18), IFRS for SMEs, IPSAS, Lao FRS, ທະນາຄານ; ຫ້ອງສະໝຸດສະຫຼຸບມາດຕະຖານ 161 ສະບັບ + ຖາມ AIDraft financial statements for IFRS (IFRS 18), IFRS for SMEs, IPSAS, Lao FRS, banks; 161 standard summaries + ask AI
- ບົດລາຍງານຜູ້ກວດສອບ ຮ່າງຈາກຂໍ້ມູນໃນແຟ້ມ (ຄວາມເຫັນ, EoM, KAM, Going concern), Management letter, ຈົດໝາຍ TCWG — ສົ່ງອອກ Word / PDF / ExcelAuditor's report drafted from the file (opinion, EoM, KAM, going concern), management letter, TCWG letter — to Word / PDF / Excel
- ຄຸນນະພາບ: ISQM 1 ເຕັມ, EQR (ISQM 2), ISA 220R, ຢັ້ງຢືນຄວາມເປັນເອກະລາດປະຈຳປີ, ທົບທວນ → ເຊັນຕາມຕຳແໜ່ງ, ລາຍເຊັນເອເລັກໂຕຣນິກ + 2FAQuality: full ISQM 1, EQR (ISQM 2), ISA 220R, annual independence confirmations, review → sign-off by role, e-signatures + 2FA
- ຫຼາຍບໍລິສັດກວດສອບໃນເຊີບເວີດຽວ, ບັນທຶກການໃຊ້ງານແກ້ບໍ່ໄດ້, ໜ້າຈໍ ລາວ / ອັງກິດ / ໄທ, ຕິດຕັ້ງ Windows ຫຼື CloudMulti-firm on one server, tamper-proof activity log, Lao / English / Thai screens, Windows or cloud
ບໍລິການ:Services: ແຈ້ງອາກອນປະຈຳເດືອນ, ທີ່ປຶກສາບັນຊີ ແລະ ມາດຕະຖານ IAS/IFRS, ກວດສອບບັນຊີ · ຕິດຕັ້ງ ແລະ ເປີດນຳໃຊ້ໂດຍທີມ Quick Remote · ວີດີໂອ ແລະ ແນະນຳການໃຊ້ງານ ອອນລາຍ ຫຼື ເຊິ່ງໜ້າMonthly tax filing, accounting and IAS/IFRS standards advisory, audit · installation and activation by the Quick Remote team · video and training online or in person
ເພີ່ມຜູ້ໃຊ້ ແລະ ຕໍ່ອາຍຸໄດ້ທຸກເວລາ — ໂທ / WhatsAppAdd users and renew at any time — call / WhatsApp (856 20) 99111244 WhatsApp · (856 20) 99111245 WhatsApp
ສຳລັບລູກຄ້າຕ່າງປະເທດFor customers outside Laos
Quick Enterprise Accounting Software – ສະບັບສາກົນInternational edition
ລະບົບບັນຊີ ແລະ ERP ຄົບວົງຈອນ ຕັ້ງແຕ່ໃບສະເໜີລາຄາ ຈົນຮອດເອກະສານລາຍງານການເງິນ. ໃຊ້ໄດ້ທຸກສະກຸນເງິນ ແລະ ທຸກພາສາທົ່ວໂລກ, ແຍກເຮັດວຽກເປັນສາຂາ ແລະ ອອກເອກະສານລາຍງານການເງິນລວມກິດຈະການໄດ້. ອອກແບບງົບການເງິນດ້ວຍ AI ຫຼື ອອກແບບເອງຕາມທີ່ຕ້ອງການກໍໄດ້.Full accounting and ERP for companies outside Laos, from the first quotation to the financial statements. Works in any currency and any language, runs across branches and produces consolidated financial statements. Design your financial statements with AI, or lay them out exactly the way you need.
- ຕັ້ງແຕ່ໃບສະເໜີລາຄາ ຈົນຮອດເອກະສານລາຍງານການເງິນFrom quotation to financial statements
- ທຸກສະກຸນເງິນທົ່ວໂລກ ແລະ ປັບອັດຕາແລກປ່ຽນAny world currency, with FX revaluation
- ຕັ້ງສາລະບານບັນຊີ (ຜັງບັນຊີ) ເປັນຂອງຕົນເອງໄດ້Set up your own chart of accounts
- ນຳໃຊ້ໄດ້ທຸກພາສາທົ່ວໂລກ: ໜ້າຈໍ, ໃບແຈ້ງໜີ້ ແລະ ລາຍງານUse it in any language in the world: screens, invoices and reports
- ຫຼາຍສາຂາ ແລະ ເອກະສານລາຍງານການເງິນລວມກິດຈະການBranches and consolidated financial statements
- ງົບການເງິນ 19 ຮູບແບບປະເທດ: IFRS, US GAAP, UK FRS 102, AASB, SFRS, MFRS, PFRS, TFRS, VAS, CAS, J‑GAAP, K‑IFRS, SAK, HGB, PCG…Financial statements in 19 country formats: IFRS, US GAAP, UK FRS 102, AASB, SFRS, MFRS, PFRS, TFRS, VAS, CAS, J‑GAAP, K‑IFRS, SAK, HGB, PCG…
- ອອກແບບງົບການເງິນເອງ ຕາມທີ່ຕ້ອງການFinancial statements laid out the way you want
ສຳລັບບໍລິສັດກວດສອບບັນຊີ ຕ່າງປະເທດFor audit firms outside Laos
Quick Audit Software – ສະບັບສາກົນInternational edition
ແຟ້ມວຽກກວດສອບດິຈິຕອນ ສຳລັບບໍລິສັດກວດສອບບັນຊີຕ່າງປະເທດ ຕາມ ISA ແລະ ISQM. ນຳໃຊ້ໄດ້ທຸກພາສາ ແລະ ທຸກສະກຸນເງິນທົ່ວໂລກ. ປະເທດທີ່ມີມາດຕະຖານການກວດສອບເປັນຂອງຕົນເອງ ສາມາດເລືອກໃຊ້ມາດຕະຖານນັ້ນໄດ້.A digital engagement file for audit firms outside Laos, built on ISA and ISQM. Use it in any language and any currency, and in countries with their own national auditing standards, choose to work to those standards instead.
- ນຳໃຊ້ໄດ້ທຸກພາສາທົ່ວໂລກUse it in any language in the world
- ທຸກສະກຸນເງິນທົ່ວໂລກEvery world currency
- ມີ ISA ແລະ ISQM ພ້ອມໃຊ້ISA and ISQM built in
- ເລືອກໃຊ້ມາດຕະຖານການກວດສອບຂອງປະເທດທ່ານເອງໄດ້Choose your country's own auditing standards
- ແຟ້ມວຽກຄົບວົງຈອນ ອ້າງອີງວັກ ISAComplete engagement file referenced to ISA paragraphs
- ບົດລາຍງານຜູ້ກວດສອບ ສົ່ງອອກເປັນ WordAuditor's report exported to Word